1.ວ່ານຫາງຈໍລະເເຂ້
ຂໍ້ມູນເບື້ອງຕົ້ນຂອງວ່ານຫາງຈໍລະແຂ້
ວ່ານຫາງຈໍລະເຂ້ເປັນຕົ້ນພືດສະມຸນໄພທີ່ມີສັບພະຄຸນເປັນຢາສາມາດນຳໃຊ້ທັງພາຍນອກແລະພາຍໃນເພື່ອບຳລຸງຮັກສາສຸຂະພາບແລະ ບຳບັດຮັກສາອາການເຈັບປ່ວຍຕ່າງໆ ນອກນີ້ຍັງສາມາດນຳໄປໃຊ້ດູແລດ້ານຄວາມງາມໄດ້ອີກດ້ວຍ ເຊິ່ງການນຳໃຊ້ສົດໆຈາກຕົ້ນຍັງປອດຈາກສານເຄມີທີີມີສານອັນຕະລາຍອີກດ້ວຍ ພຽງແຕ່ຈະຕ້ອງລ້າງຍາງອອກໃຫ້ສະອາດກ່ອນ ບໍ່ພຽງເທົ່ານັ້ນວານຫາງຈໍລະເຂ້ຍັງສາມາດດັດແປງແລະແປຮູບອອກມາເປັນພະລິດຕະພັນໄດ້ຫຼາຍຢ່າງ ທັງການໃຊ້ສຳລັບຮັບປະທານ ແລະ ດູແລຮ່າງກາຍພາຍນອກເອີ້ນວ່າເປັນສະໝຸນໄພທີ່ມີຄຸນປະໂຫຍດລ້ຳເລີດທີ່ສາມາດນຳໃຊ້ໄດ້ທົ່ວຮ່າງກາຍເລີຍ
ຄຸນປະໂຫຍດຂອງວ່ານຈໍລະເຂ້ມີດັ່ງນີ້:
· ຮັກສາແຜນັບເປັນສັບພະຄຸນທີ່ຄຸ້ນເຄີນກັນມາດົນສຳລັບການໃຊ້ວານຈໍລະເເຂ້ໃນການບຳບັດຮັກສານັ້ນ ກໍຄືການຊ່ວຍບັນເທົາອາການປວດ ແຜທີແສບຮ້ອນຈາກການໂດນໄຟໄໝ້ ຫຼື ນ້ຳຮ້ອນລວກ ນັ້ນເປັນເພາະວ່ານຫາງຈໍລະແຂ້ມີສານຊ່ວຍບັນເທົ່າບາດແຜໄດ້ນັ່ນກໍຄື Aloctin A ນັບເປັນສານທີ່ມີຫຼາຍໃນທຸກສ່ວນຂອງຕົ້ນນອກຈາກນີ້ ສານຊະນິດດັ່ງກ່າວຍັງຊ່ວຍແກ້ບັນຫາຜິວໜັ່ງໄດ້ອີກຫຼາຍດ້ານດ້ວຍກັນ ແລະ ຍັງຊ່ວຍດູແລບັນກາສຸກຂະພາບອື່ນໆໄດ້ອີກລາກຫຼາຍເລີຍ
· ຊ່ວຍຫຼຸດອາການອັກເສບຂອງຜິວເພາະໃນເນື້ອວຸ້ນຂອງວ່ານຈໍລະແຂ້ສາມາດຊ່ວຍຕໍ່ຕ້ານເຊືອແບກທີເຣ່ຍ ຊ່ວຍປ້ອງກັນການເກີດຝ້າ ຫຼື ສາມາເຮັດໃຫ້ຝ້າຈາງລົງ ຊ່ວຍລົດອາການອັກເສບຂອງຜິວ ແລະ ຍັງຊ່ວຍຮັກສາສິວໄດ້ເພາະມີສັບພະຄຸນຊ່ວຍລຸດອາການອັກເສບ ລຸດອາການບວມແດງ ເຮັດໃຫ້ສິວຍຸບຕົວລົງໄດ້ໄວຂຶ້ນ
ไม่มีความคิดเห็น:
แสดงความคิดเห็น