ສາລະໜ້າຮູ້




ວ່ານຫາງຈໍລະເເຂ້

ຂໍ້ມູນເບື້ອງຕົ້ນຂອງວ່ານຫາງຈໍລະແຂ້
ວ່ານຫາງຈໍລະເຂ້ເປັນຕົ້ນພືດສະມຸນໄພທີ່ມີສັບພະຄຸນເປັນຢາສາມາດນຳໃຊ້ທັງພາຍນອກແລະພາຍໃນເພື່ອບຳລຸງຮັກສາສຸຂະພາບແລະ ບຳບັດຮັກສາອາການເຈັບປ່ວຍຕ່າງໆ ນອກນີ້ຍັງສາມາດນຳໄປໃຊ້ດູແລດ້ານຄວາມງາມໄດ້ອີກດ້ວຍ ເຊິ່ງການນຳໃຊ້ສົດໆຈາກຕົ້ນຍັງປອດຈາກສານເຄມີທີີມີສານອັນຕະລາຍອີກດ້ວຍ ພຽງແຕ່ຈະຕ້ອງລ້າງຍາງອອກໃຫ້ສະອາດກ່ອນ ບໍ່ພຽງເທົ່ານັ້ນວານຫາງຈໍລະເຂ້ຍັງສາມາດດັດແປງແລະແປຮູບອອກມາເປັນພະລິດຕະພັນໄດ້ຫຼາຍຢ່າງ ທັງການໃຊ້ສຳລັບຮັບປະທານ ແລະ ດູແລຮ່າງກາຍພາຍນອກເອີ້ນວ່າເປັນສະໝຸນໄພທີ່ມີຄຸນປະໂຫຍດລ້ຳເລີດທີ່ສາມາດນຳໃຊ້ໄດ້ທົ່ວຮ່າງກາຍເລີຍ


         ຄຸນປະໂຫຍດຂອງວ່ານຈໍລະເຂ້ມີດັ່ງນີ້:
·         ຮັກສາແຜນັບເປັນສັບພະຄຸນທີ່ຄຸ້ນເຄີນກັນມາດົນສຳລັບການໃຊ້ວານຈໍລະເເຂ້ໃນການບຳບັດຮັກສານັ້ນ ກໍຄືການຊ່ວຍບັນເທົາອາການປວດ ແຜທີແສບຮ້ອນຈາກການໂດນໄຟໄໝ້ ຫຼື ນ້ຳຮ້ອນລວກ ນັ້ນເປັນເພາະວ່ານຫາງຈໍລະແຂ້ມີສານຊ່ວຍບັນເທົ່າບາດແຜໄດ້ນັ່ນກໍຄື Aloctin A ນັບເປັນສານທີ່ມີຫຼາຍໃນທຸກສ່ວນຂອງຕົ້ນນອກຈາກນີ້ ສານຊະນິດດັ່ງກ່າວຍັງຊ່ວຍແກ້ບັນຫາຜິວໜັ່ງໄດ້ອີກຫຼາຍດ້ານດ້ວຍກັນ ແລະ ຍັງຊ່ວຍດູແລບັນກາສຸກຂະພາບອື່ນໆໄດ້ອີກລາກຫຼາຍເລີຍ
·         ຊ່ວຍຫຼຸດອາການອັກເສບຂອງຜິວເພາະໃນເນື້ອວຸ້ນຂອງວ່ານຈໍລະແຂ້ສາມາດຊ່ວຍຕໍ່ຕ້ານເຊືອແບກທີເຣ່ຍ ຊ່ວຍປ້ອງກັນການເກີດຝ້າ ຫຼື ສາມາເຮັດໃຫ້ຝ້າຈາງລົງ ຊ່ວຍລົດອາການອັກເສບຂອງຜິວ ແລະ ຍັງຊ່ວຍຮັກສາສິວໄດ້ເພາະມີສັບພະຄຸນຊ່ວຍລຸດອາການອັກເສບ ລຸດອາການບວມແດງ ເຮັດໃຫ້ສິວຍຸບຕົວລົງໄດ້ໄວຂຶ້ນ




ຄູນປະໂຫຍດຂອງໝາກແຕງມີຄື:
ຊ່ວຍລົດອູນຫະພູມ ຫຼື ຄວາມຮ້ອນພາຍໃນຮ່າງກາຍໃນຊ່ວງລະດູຮ້ອນຈື່ງເໝາະທີ່ຈະຮັບປະທານໝາກແຕງ
ຊ່ວຍຮັກສາຄວາມສົມດູນໃນຮ່າງກາຍ ເຊັ່ນ: ຮັກສາລະດັບນ້ຳຕານໃນເລືອດເຮັດໃຫ້ລະບົບພູມຄູິມກັນຢູ່ໃນພາວະທີ່ດີຂຶ້ນ
ຊ່ວຍໃນເລື່ອງລະບົບການຍ່ອຍອາຫານໃຫ້ມີຄວາມສົມບູນຫຼາຍຂື້ນ
ຊ່ວຍໃນການຄ້າເຊື້ອໂລກຍັບຢັ້ງການຈະເລີນເຕີບໂຕຂອງແບັກເທຍເຮຍໃນຊ່ອງປາກ
ຊ່ວຍໃນເລື່ອງການກັກເກັບຄວາມຊູມຊື່ນຂອງຜິດໜັງໃຫ້ມີຄວາມກະຈາງໃສ ແລະ ເຮັດໃຫ້ຮູຂູມຂົນກະຊັບຂື້ນ
ຊ່ວຍລົດກົດໃນກະເພາະອາຫານ
ຊ່ວຍກຳຈັດສີ່ງສົກກະປົກຢູ່ໃນຮ່າງກາຍ ແລະ ຍັງຊ່ວຍລະລາຍກ້ອນແຂງທີ່ຢູ່ໃນຮ່າງກາຍໄດ້ອີກດ້ວຍ




ຄຸນປະໂຫຍດຂອງໝາກກ້ວຍມີດັ່ງນີ້:
 ແກ້ອາການນອນບໍ່ຫຼັບ
ບັນເທົາອາການຂອງໂລກລິສີດວງທະວານ ແລະ ຊ່ວຍປ້ອງກັນການເກີດມະເລັງລຳໄສ້
ຮັກສາໂລກໂລຫິດຈາງ
ບັນເທົາໂລກກະເພາະອາຫານ
ແກ້ອາການທ້ອງເສຍ
ຊ່ວຍຫຼຸດນ້ຳໜັກ
·                   

    


                                                                     
                                                  





           ຄູນປະໂຫຍດຂອງຜັກທຽມເປັນສານທີ່ຊ່ວຍຕ້ານມະເຮັງ,ຕ້ານຄວາມດັນໂລຫິດສູງ ແລະ ນຳໃຊ້ໃນການປຸງແຕ່ງອາຫານນ,ເນື້ອຂອງກະທຽມຍັງຍັງມີຂໍ້ດີທີ່ໂດດເດັ່ນຄືໃຫ້ຄວາມຮ້ອນທີ່ຊ່ວຍຂັບລົມແກ້ຫວັດໄດ້ດີນອກຈາກໃຊ້ຮັບປະທານປຸງແຕ່ງອາຫານແລ້ວກະທຽມຍັງມີຂໍ້ດີຄື:ສາມາດຊ່ວຍຮັກສາສິ່ວໄດ້ໃຫ້ຫາຍຊ່ວຍໃຫ້ສິວສ້ຽນແລະສິວຫົວດຳຍຸບລົງ,ລົດສິວອັກເສບ,ສິ່ວຫົວຊ້າງຢູ່ຕາມໃບໜ້າຫຼືຮ່າງກາຍໄດ້ພາຍໃນພິບຕາ
         ວິທີຮັກສາສິວກໍມີຂັ້ນຕອນງ່າຍໆທີ່ເຮັດໃຫ້ທຸກໆທ່ານສາມາດນຳໄປປະຕິບັດຕາມດັ່ງນີ້:
        1.ນຳເອົາກະທຽມມາປອກເປືອກແລ້ວລ້າງໃຫ້ສະອາດສອຍເປັນແຜນບາງໆແລ້ວນຳມາທາຢູ່ບໍລິເວນທີມີສິ່ວໂດຍຈະປ່ະໄວ້ເປັນເວລາ 5-10ນາທີແລ້ວລ້າງອອກ ຫຼັງຈາກນັ້ນໃຫ້ເອົານ້ຳແຂງທາເພື່ອລົດອາການແຊບຮ້ອນ
       2.ໃຫ້ປະຕິບັດຄືຂັ້ນຕອນທີ1ແລ້ວນຳໄປປັ່ນຫຼືບົດໃຫ້ແລກລະອຽດປະສົມກັບນ້ຳເລັກນ້ອຍແລ້ວນຳເອົາສຳລີມາຈູ່ມໃສໃຫ້ທາບາງໆສະເພາະບໍລິເວນທີ່ເປັນສິ່ວປະມານ5-10ນາທີແລ້ວລ້າງອອກ ວິທີນີ້ຈະແຊບນ້ອຍກວ່າເນື່ອງຈາກວ່າກະທຽມຈະຖືກເຈື່ອປົ່ນດ້ວຍນ້ຳ










ไม่มีความคิดเห็น:

แสดงความคิดเห็น

1.ວ່ານຫາງຈໍລະເເຂ້

1.ວ່ານຫາງຈໍລະເເຂ້ ຂໍ້ມູນເບື້ອງຕົ້ນຂອງວ່ານຫາງຈໍລະແຂ້ ວ່ານຫາງຈໍລະເຂ້ເປັນຕົ້ນພືດສະມຸນໄພທີ່ມີສັບພະຄຸນເປັນຢາສາມາດນຳໃຊ້ທັງພາຍນອກແລະພາຍໃ...