ນິທານ




ນິທານເຕື່ອນໃຈ
    ນິທານເລື່ອງ: ກາ ກັບ ງູເຫົ່າ
            ກາສອງຜົວເມຍອາໄສເຮັດຮັງຢູ່ກົກໄຮ,ແຫ່ງໜື່ງເປັນເວລາຫຼາຍປີມາແລ້ວ ມີມື້ໜື່ງງູໃຫຍ່ໂຕໜຶ່ງເຂົ້າມາອາໄສຢູ່ໃນໂກນກ້ອງເຫງົ້າກົກໄຮກາສອງຜົວເມຍບໍຢາກໃຫ້ງູໂຕນີ້ຢູ່ຕົ້ນໄຮນຳແຕ່ເຮັດຫຍັງບໍໄດ້.ຕໍ່ມາແມ່ກາໄຂ່ ແລະ ຝັກໄດ້ລູກອ່ອນ,ພໍ່ກາ ແລະແມ່ກາຊ່ວຍກັນລ້ຽງລູກດ້ວຍຄວາມຖະໜອມແພງ, ຕໍ່ມາກາສອງຜົວເມຍໄດ້ອອກຈາກຮັງໄປຫາເຫຍື່ອມາປ້ອນລູກ ງູໃຫຍ່ທີ່ຢູ່ໂກນກ້ອງເຫງົ້າໄມ້ກໍເລື່ອຂື້ນມາກີນການ້ອຍໝົດທຸກໂຕພໍ່ກາ ແລະ ແມ່ກາກັບຄືນມາຮັງເຫັນຮັງຫວ່າງເປົ່າບໍມີການ້ອຍຈັກໂຕກໍຕົກໃຈ,ພໍ່ກາແມ່ກາບໍຮູ້ຈະໄປຊອກລູກຢູ່ບ່ອນໃດ,ກໍລອງຖາມສັດອື່ນໆທີ່ຢູ່ໃກ້ຄຽງແຕ່ບໍມີໂຕໃດຮູ້ເຫັນນຳ,ກາສອງຜົວເມຍເອີ້ນຮ້ອງຫາລູກຈົນອິດອ່ອນແຕ່ບໍໄດ້ຍິນສຽງຕອບຮັບໃນທີ່ສຸດກໍ່ຢຸດຕິການຊອກຫາ ຫຼາຍເດືອນຕໍ່ມາແມ່ກາກໍຝັກລູກອ່ອນອີກ ເທຶ່ອນີ້ພໍ່ແມ່ກາດູແລລູນ້ອຍຢ່າງລະມັດລະວັງເມື່ອມີໂຕໜື່ງອອກໄປຫາເຫຍື່ອອີກໂຕໜື່ງກໍຢູ່ເຝົ້າລູກ ມື້ໜື່ງ,ແມ່ກາເຫັນງູເລື່ອຂື້ນມາເທິງກົກໄຮຈື່ງຮ້ອງຂຶ້ນ ແລະ ພະຍາຍຍາມໄລ່ງູໜີ ແຕ່ງູບໍຢຸດເລື່ອຂື້ນມາກິນການ້ອຍອີກຈົນໝົດສ່ວນກາໂຕອື່ນໆໄດ້ຍິນສຽງຮ້ອງກໍເຂົ້າມາຊ່ວຍກັນສັບຕອດງູແຕ່ງູໄດ້ເລືອໜີເຂົ້າໄປໃນກ້ອງເຫງົ້າໄມ້ກ່ອນ ເມື່ອກາຜູ້ເປັນພໍ່ັບມາໄດ້ຮັບຟັງເລື່ອງລາວທີ່ເກີດຂື້ນກໍ່ໂກດແຄ້ນຕໍ່ງູແລະຮູ້ສືກເສຍໃຈທີ່ສຸດ ພໍ່ກາແລະແມ່ກາປືກສາຫາລືກັນວ່າຈະຫາວິທີປ້ອງກັນໄພພິບັດແນວນີ້ໄດ້ຈັງໃດພໍດີພໍ່ກາຄິດອອກວ່າມີສ່ຽວຮັກທີ່ເປັນໝາຈອກເລີຍພາແມ່ກາເດີນທາງໄປຂໍຄຳປຶກສາຫາລືນຳໝາຈອກເມື່ອພົບໝາຈອກແລ້ວກໍເລົ່າເລື່ອງໃຫ້ໝາຈອກຟັງທຸກສິ່ງທູກຢ່າງ,ໝາຈອກຄິດຢູ່ຄາວໜື່ງກໍຄິດຫາວິທີຂັບໄລ່ງູ ແລະ ຂ້າງູໃຫ້ຕາຍກາທັງສອງປະຕິບັດຕາມຄຳແນະນຳຂອງໝາຈອກ,ຕື່ນເຊົ້າມາຈື່ງພາກັນໄປຍັງແຄມນ້ຳ ແລະ ລໍຖ້າຢູ່ທີ່ນັ້ນ,ຄາວໜື່ງສາວໃຊ້ກໍພາກັນລົງນ້ຳ ແລະ ໄດ້ແກ້ເຄື່ອງປະດັບໄວ້ເທິງກ້ອນຫີນແມ່ກາໄດ້ໂອກາດກໍບິນເຈີດລົງຄາບເແົາສ້ອຍຄໍແລ້ວບິນໜີ,ພໍ່ກາກໍບິນນຳຫຼັງພວກສາວໃຊ້ກໍພາກັນແລ່ນນຳກາທັງສອງກໍບິນໄປເລື້ອຍໆຈົນຮອດຕົ້ນໄຮ,ກາທັງສອງກໍປ່ອຍສ້ອຍຄໍຂອງສາວໃຊ້ລົງໃສໃນໂກນກ້ອງເຫງົ້າໄມ້ທີ່ງູອາໄສຢູ່ສາວໃຊ້ໄດ້ເອົາໄມ້ແຍ່ເຂົ້າໄປໃນເຫງົ້າມັນໃຫຍ່ທີ່ມີງູນອນຢູ່ງູຮູ້ສືກວ່າຖຶກລົບກວນເລີຍໂມໂຫດຄິດຈະຕອດສາວໃຊ້ພວກສາວໃຊ້ກໍພາກັນເອົາໄມ້ຕີມັນຈົນຕາຍ,ເມື່ອສຳເລັດແຜນການແລ້ວກາທັງສອງຜົວເມຍກໍຮູ້ສຶກດີໃຈຕໍ່ໄປລູກນ້ອຍທີ່ຈະເກີດມາຄົງຈະມີໂອກາດເຕີບໃຫຍ່ ແລະ ໄດ້ມີໂອກາດລຶມຕາຂຶ້ນມາເບິ່ງໂລກ





                                                            ນິທານ ເລື່ອງ ກາກິນບົ້ງ
ມື້ໜື່ງ,ຍ່າກາເຫັນບົ້ງໂຕໜື່ງພວມແຕກແດດເທິງໃບໄມ້ຂຽວ,ເກີດໃຈຮ້າຍເລີຍແສ່ວລົງຄາບ,ແລ້ວທັນໃດນັ້ນບົ້ງກໍຕື່ນຕົກໃຈເລີຍງໍຂື້ນຮ້ອງໄຫ້ ແລະ ອ້ອນວອນວ່າ: ຍ່າກາເອີຍ! ຫຼານຂໍກາບໄຫວ້ຍ່າກອນ, ຫາກວ່າຍ່າແກ້ໄຂຄຳທວາຍສອງສາມຂໍ້ນີ້ໄດ້ຫຼານຖວາຍໂຕນີ້ໃຫ້ກິນໂລດຍ່າກາເຫັນດີຈື່ງເວົ້າວ່າ:ໄດ້ເອົາມາທວາຍເບິ່ງແມ້!ບົ້ງເລີຍທວາຍວ່າແຫຼມທີ່ສຸດແມ່ນຫຍັງ?,ລູກສອນແມ່ນບໍ?ຍ່າກາກໍຝ້າວຕອບ.ບໍແມ່ນໃດ໋ຍ່າເອີຍ!ເບົ່າທີ່ສຸດແມ່ນຫຍັງ?ແມ່ນນຸ່ນ,ບໍແມ່ນອີກແລ້ວຍ່າເອີຍໄວສຸດແມ່ນຫຍັງ?ແມ່ນມ້າມະນີກາບ!ຍ່າກາທັງຕອບທັງຢາກຮ້າຍ,ບໍແມ່ນແລ້ວຍ່າເອີຍແຮງສຸດແມ່ນຫຍັງ?ແມ່ນຊ້າງບໍແມ່ນອີກແລ້ວຍ່າເອີຍ!ໜັກສຸດແມ່ນຫຍັງ?ໜ່ວຍໂລກຊັ້ນວ່າ!ຍ່າກາຕອບອດ້ວຍຄວາມໂມໂຫກໍບໍແມ່ນອີກແລ້ວຍ່າເອີຍຍ່າກາເກີດໂມໂຫໜ້າດຳຢູ່ແລ້ວແຮງພັດກຳຂື້ນອີກຕື່ມກາທະຍານຂື້ນຟ້າແລ້ວຫວັງຈະໝາຍສັບບົ້ງໃຫ້ຕາຍຄ່າບ່ອນ,ບົ້ງກໍກາບໄຫວ້ຮ້ອງຂໍຊີວິດອີກ,ຈົ່ງໄປຊອກຫານັກປາດຜູ້ທີ່ມີປັນຍາມາຕັດສິນສາກ່ອນກາ ແລະ ບົ້ງພາກັນໄປ ພໍຮອດເຮືອນນັກປາດຜູ້ໜຶ່ງ,ຍ່າກາໄດ້ແຈ້ງຕົ້ນປາຍສາເຫດໃຫ້ເພີ່ນຟັງ,ແລ້ວບົ້ງກໍເວົ້າຕໍໄປວ່າ:ໂດຍຂ້ານ້ອຍຄວາມຈິງແມ່ນວ່າຍ່າກາເອງຢາກກິນຂ້ານ້ອຍແຕ່ວ່າຂ້ານ້ອຍວ່າຢາກກິນຂ້ານ້ອຍໃຫ້ຕອບຄຳທວາຍຂ້ານ້ອຍໃຫ້ໄດ້ຈື່ງຊິຍອມໃຫ້ກິນ,ບົ້ງໄດ້ແກ້ຄຳທວາຍຂອງຕົນໃຫ້ນັກປາດ ແລະ ກາຟັງວ່າ:ໂດຍຂ້ານ້ອຍ,ແຫຼມທີ່ສຸດນັ້ນໝາຍເຖິງປັນຍາ,ເບົ່າທີ່ສຸດແມ່ນມະໂນທຳບໍລິສຸດ,ໄວທີ່ສຸດແມ່ນແນວຄວາມຄິດ,ແຮງສຸດທີ່ແຮງແມ່ນຄວາມເປັນທຳ,ໜັກທີ່ສຸດແມ່ນໃຈບາບ!ຂໍນັກປາດຈົ່ງພິຈາລະນາເບິ່ງວ່າໃຜຖືກຫຼືຜິດນັກປາດນັ່ງຄິດຄາວໜື່ງເລີຍເອີຍວ່າຈາອອກມາວ່າ:ບົ້ງນີ້ແລ້ວເປັນຜູ້ເວົ້າຖຶກແລ້ວກາເອີຍ!ເຈົ້າບໍມີເຫດຜົນຫຍັງທີ່ຈະຕ້ອງກິນບົ້ງໄດ້ແຕ່ນັ້ນມາວົງສາຄະນາຍາດຂອງກາກໍຄຽດແຄ້ນອາຄາດໃຫ້ກັບເຜົາພັນຂອງບົ້ງ,ເມື່ອກາເຫັນບົ້ງເທື່ອໃດບໍວ່າໂຕນ້ອຍຫຼືໃຫຍ່ກໍຕອດກິນບົ້ງຈົນໝົດກ້ຽງ,







ນິທານເລື່ອງຄົນຫາປາ ແລະປານ້ອຍໜຶ່ງໂຕ
           ຄົນຫາປາຜູ້ໜຶ່ງ ດຳລົງຊີວິດໂດຍການຫາປູຫາປາມາເປັນອາຫານໃນແຕ່ລະມື້,ມື້ໜື່ງເປັນມື້ທີ່ບໍໂຊກດີປານລາວຕຶກປາບໍໄດ້ເລີຍໄດ້ແຕ່ປານ້ອຍໆມາໂຕດຽວ.ແລະໃນຂະນະທີ່ຄົນຫາປາກຳລັງຈະຕືກປານ້ອຍທີ່ຕືກໄດ້ນັ້ນລົງໃສ່ໃນຂ້ອງ ແຕ່ປານ້ອຍໂຕນັ້ນກໍເວົ້າຂື້ນວ່າ:ທ່ານເອີຍກະລຸນາປ່ອຍຂະນ້ອຍໄປຖອນຂ້ອຍເປັນພຽງປາໂຕນ້ອຍໆມັນບໍຄຸ້ມຄ່າດອກທີ່ຈະຈັບຂ້ອຍໄປ,ຖ້າເຈົ້າປ່ອຍຂ້ອຍໄປມື້ໜື່ງຂ້ອຍໂຕໃຫຍ່ກ່ອນນີ້ເຈົ້າຈື່ງຈະໄດ້ຄາບເຂົ້າໃຫຍ່ໆແຕ່ຄົນຫາປາບໍສົນໃຈຄຳເວົ້າຂອງປານ້ອຍເລີຍແລ້ວກໍຟ້າວຈັບປາໃສໃນຂ້ອງກັບບ້ານຂ້ອຍບໍໂງ້ດອກປານ້ອຍເອີຍຄົນຫາປາເວົ້າຂື້ນເຖິງວ່າເຈົ້າສິນ້ອຍສຳໃດກໍຕາມ ຢ່າງນ້ອຍມັນກໍດີກວ່າຂ້ອຍບໍໄດ້ຫຍັງ

                               ນິທານເລື່ອງນີ້ສອນໃຫ້ເຮົາຮັບຮູ້ຫຍັງແດ່?

ໝາ ແລະ ເງົາຂອງໂຕເອງ


    
        ໝາໂຕໜື່ງໄດ້ຮັບກະດູກຈາກຄົນຂາຍຊີ້ນທີ່ໂຍນໃຫ້ມັນຄາບກະດູກຕ່ອນນັ້ນ ແລະ ຝ້າວແລ່ນກັບບ້ານດ້ວຍຄວາມດີໃຈ.ແລະ ໃນຂະນະທີ່ມັນຈະຂ້າມຂົວໄມ້ແຄບໆທີ່ມີຫ້ວຍນ້ຳໃສໆມັນກໍົໄດ້ຊ່ອງເບີ່ງນ້ຳ ແລະ ກໍຫຼຽວເຫັນເງົາຂອງໂຕເອງຢູ່ຫ້ອງນ້ຳຢ່າງຊັດເຈນປານກັບແຍ່ງແວນ.ດ້ວຍຄວາມໂລບມາກຂອງໝາໂຕນັ້ນມັນຈື່ງຄິດວ່າມັນເຫັນໝາໂຕອື່ນອີກທີ່ກຳລັງຄາບກະດູກໃຫຍ່ກວ່າກະດູກຂອງມັນຖ້າໝາໂຕນັ້ນໃຈເຢັນຈັກໜ້ອຍ ແລະ ໃຊ້ຄວາມຄິດຕຶກຕອງໃຫ້ຖີ່ຖ້ວນມັນຄົງຈະຮູ້ວ່າເປັນເງົາຂອງຕົວເອງ,ແຕ່ໜ້າເສຍດາຍແທ່ນທີມັນຈະຄິດແຕ່ມັນຊ້ຳພັດຖີ້ມກະດູກທີ່ມັນກຳລັງຄາບຢູ່ ແລ້ວໂດດລົງຍາດເອົາກະດູກກັບໝາທີ່ຢູ່ໃນນ້ຳ.ນັ້ນນອກຈາກມັນເອງທີ່ກຳລັງພະຍາຍາມລອບນ້ຳເພື່ອເອົາຊີວິດຫຼອດແລ້ວກໍບໍມີຜູ້ໃດອີກແຕ່ຢ່າງໜ້ອຍມັນກໍລອຍກັບຂື້ນຝັ່ງໄດຢ່າງປອດໄພ,ເມື່ອຂື້ນມາຮອດແລ້ວມັນກໍຢືນຊຶງດ້ວຍຄວາມເສຍໃຈ ແຕ່ກວ່າຈະຄິດໄດ້ກະດູກທີ່ມັນຄາບມານັ້ນກໍຈົມຫາຍໄປເສຍແລ້ວ
     
                               ນິທານເລື່ອງນີ້ສອນໃຫ້ຮູ້ຫຍັງແດ່?
                             


      

ไม่มีความคิดเห็น:

แสดงความคิดเห็น

1.ວ່ານຫາງຈໍລະເເຂ້

1.ວ່ານຫາງຈໍລະເເຂ້ ຂໍ້ມູນເບື້ອງຕົ້ນຂອງວ່ານຫາງຈໍລະແຂ້ ວ່ານຫາງຈໍລະເຂ້ເປັນຕົ້ນພືດສະມຸນໄພທີ່ມີສັບພະຄຸນເປັນຢາສາມາດນຳໃຊ້ທັງພາຍນອກແລະພາຍໃ...