ຮູ້ທັນເຫດການ


ຮູ້ທັນເຫດການທຸກທີ່ທຸກເວລາທຸກເມື່ອທ່ານໃຊ້ Hi-view Cloud Alarm WiFi ສອບຖາມໄດ້ທີ່ເບີໂທລະສັບມືຖື
02029943348 ແລະ 02058838855
ຫຼືຈະຕິດຕໍ່ຜ່ານທາງໂຊເຊວເນັດເວີກກໍໄດ້ເຊັ່ນດຽວກັນ whatsApp 02058397900,Wechat; Manysai334
            htt://Facebook//aoytia howsaly./com761999/
           





1  ຫຼ່ຽນເງິນລາຍການຄັ້ງທີ່17 ທີ່ປະເທດກຳປູເຈຍໜຶ່ງຄວາມພາກພູມໃຈທີ່ສ້າງປະຫວັດສາດສ້າງຊື່ສຽງໃຫ້ແກ່ປະເທດຊາດເຖິງວ່າມັນຊິເປັນພຽງອັນດັບທີ2ຂອງໂລກ ແຕ່ກະພາກພູມໃຈທີ່ສ້າງກຽດສັກສີໃຫ້ເເກ່ປະເທດລາວເຮົາຂໍຂອບໃຈທຸກຄົນທີ່ໃຫ້ກຳລັງໃຈເປັນແຮງເຊຍແຮງໃຈໃຫ້ກັນມາໂດຍຕະຫຼອດ





ຄະນະກຳມະສະເພາະກິດລົງທຳລາຍສວນປູກກັນຊາ ຈຳນວນ 386 ຕົ້ນ ຢູ່ເຂດຫ້ວຍຊຳພູ ບ້ານທົ່ງຮຽບ ເມືອງປາກກະດິ່ງ ແຂວງບໍລິຄຳໄຊ ອີງຕາມການລາຍງານຂອງການຖະແຫຼງຂ່າວ-ຊື່ມວນຊົນ ເມືອງປາກກະດິງລາຍງານວ່າ: ໃຕອນແລງວັນທີ່25/11/2019 ຜ່ານມານີ້ຢູ່ເມືອງປາກກະດິ່ງ ແຂວງບໍລິຄຳໄຊ ຄະນະກຳມະການສະເພາະກິດໄດ້ລົງທຳລາຍສວນປູກກັນຊາ ຈຳນວນ 386ຕົ້ນ ຢູ່ເຂດຫ້ວຍພູຊຳ ບ້ານທົ່ງຮຽບເມືອງປາກກະດິ່ງ ສວນຊາດັ່ງກ່າວແມ່ນປະຊາຊົນລັກລອບປູກຜິດຕໍ່ກົດໝາຍອາຍາ ມາດຕາທີ 318ແຫ່ງ ສປປລາວກຳນົດໄວ້,ສຳລັບການທຳຍສວນຊາໃນຄັ້ງນີ້ ຄະນະກຳມະການສະເພາະກິດ,ໄດ້ພ້ອມກັນຂຸດ,ຈົກ ແລະ ທຳລາຍຖິ້ມ.
   







ໃນວັນທີ່ 23/11/2019,ກົງກັບວັນສຸກທີ່ຜ່ານມານີ້ ຜູ້ເຂົ້າປະກວດ ນາງສາວລາວ,ໃນປີ2019,ໄດ້ເຮັດກິດຈະກຳທັດສະນະມາໄກຮອດຮອດແຂວງບໍ່ແກ້ວຂອງເຮົາ,ເພື່ອຮຽນຮູ້ ແລະ ແລກປ່ຽນວັດທະນະທຳການເປັນຢູ່ຂອງຄົນໃນພາຍໃນແຂວງຂອງເຮົາໃນນັ້ນໄດ້ໄປທ່ຽວສະຖານທີ່ຫຼາຍຢ່າງຂອງແຂວງບໍ່ແກ້ວເຊັ່ນ:ເຂດເສດຖະກິດພິເສດສາມຫຼ່ຽມທອງຄຳທີດອນຊາວ(ເມືອງຕົ້ນເຜິ້ງ),ເມືອງເກົ່າສຸວັນນະໂຄມຄຳ,ກິນເຂົ້າຊອຍນ້ຳເກິ່ງບໍນ້ຳຮ້ອນ,ແລະໄດ້ເຂົ້າໄປກາບໄຫວ້ສະກຸລະບູຊາທີ່ວັດສະສິດອັນເກົ່າແກ່ນັ້ນກໍຄື:ວັດຈອມເຂົາມະນີລັດ,ແລະໄດ້ທ່ຽວຊົມການເຮັດເຂົ້າປຸ້ນຫົວໂລ້ງຂອງຊົນເຜົ່າລື້ດັ່ງເດີມຂອງລາວເຮົານັ້ນເອງ.

                                                   





ໃນວັນທີ່26/11/2019ນີ້,ກົງກັບວັນອັງຄານກອງປະຊຸມພົບປະແລກປ່ຽນວຽກງານຮ່ວມມືປະສານສົບທົບ,ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍປະຈຳປີ2019 ລະຫວ່າງກອງບັນຊາການປກສແຂວງບໍ່ແກ້ວ ແລະ ກອງບັນຊາການຕຳຫຼວດແຂວງເຊິນລາ(ປະເທດຫວຽດນາມ),ຢູ່ທີກອງບັນຊາການຕຳຫຼວດແຂວງເຊິນລາ 









ຄະນະກອງບັນຊາການທະຫານ,ແຂວງບໍ່ແກ້ວລົງພົບປະຢ້ຽມຍາມເຮັດວຽກຢູ່ກອງຮ້ອຍທີ 17,ໃນວັນທີ່26/11/019ທີ່ຜ່ານມານີ້ສະຫາຍ ພັນໂທ ບຸນມີ ພາມີໄຊ ຮອງຄະນະພັກ ຫົວໜ້າຫ້ອງການ,ເມຶອງຫ້ວຍ,ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ດາຣາສັກຫົວໜ້າພະແນກກວດກາພັກ-ລັດກອງບັນຊາການພ້ອມດ້ວຍຄະນະລົງພົບປະຢ້ຽມຍາມເຮັດວຽກກອງຮ້ອຍ17 ໂດຍເປັນການຕອບຮັບຂອງສະຫາຍ ພັນຕີ ອຸ່ນຄຳ ເສນພຸດທະໂຍ ຫົວໜ້າການເມືອງກອງຮ້ອຍ 17,ມີພະແນກທີ່ກ່ຽວຂ້ອງພະນັກງານ-ນັກຮົບທົ່ວກົ່ມກອງເຂົ້າຮ່ວມ.ສະຫາຍ ພັນຕີ ອຸ່ນຄຳ ເສນພຸດທະໂຍໄດ້ລາຍງານສະພາບຈຸດພິເສດ,ທີ່ຕັ້ງພາລະບົດບາດໜ້າທີ່ຂອງກອງຮ້ອຍ 17ໃນການເຄືອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານທີ່ປິ່ນອ້ອມ4ໜ້າທີ່ໃຫຍ່ 26ແຜນງານທີ່ຄະນະພັກກະຊວງໄດ້ປ້ອງກັນປະເທດໄດ້ວາງອອກ,ແລະໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນກົມກອງໄດ້ຮັບຄວາມສະຫງົບ,ປັບປຸງກໍ່ສ້າງງກຳລັງການທະຫານກຽມພ້ອມປະຕິບັດໜ້າທີ່-ທີ່ຂັ້ນເທິງມອບໝາຍໃຫ້,ສ້າງພາລະທິການເກັບທີ່ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ວຽກງານອື່ນໆ.

                                                  











ไม่มีความคิดเห็น:

แสดงความคิดเห็น

1.ວ່ານຫາງຈໍລະເເຂ້

1.ວ່ານຫາງຈໍລະເເຂ້ ຂໍ້ມູນເບື້ອງຕົ້ນຂອງວ່ານຫາງຈໍລະແຂ້ ວ່ານຫາງຈໍລະເຂ້ເປັນຕົ້ນພືດສະມຸນໄພທີ່ມີສັບພະຄຸນເປັນຢາສາມາດນຳໃຊ້ທັງພາຍນອກແລະພາຍໃ...