ກາບກອນ
ທີ 7 ຕຸລາ:ຜູ້ຮູ້ບຸນຄຸນ
ສຽງສະທ້ອນທົ່ວທ້ອງ ຮ້ອງປ່າວເຕືອນປະຊາ
ວັນທີ7
ຕຸລາ ມໍມາເຖິງແລ້ວ
ແມ່ນໃຜກໍຄົງຮູ້
ວັນຄູແຫ່ງຊາດ
ເປັນຂີດໝາຍບອກໄວ້ ເຕືອນໃຫ້ແກ່ລາວ ແທ້ແລ້ວ
7ຕຸລາກອນນີ້
ຕີຕ່ອຍມານສັດຕູ
ຂໍຄຳນັບເຊີດຊູ ແກ່ຄູບາຈານຜູ້ເກັ່ງກ້າ
ສິດຂໍວັນທາໄຫວ້
ກົ້ມກາບພະຄຸນທານ
ທີ່ສັ່ງສອນຊີ້ບອກ ຄວາມຮູ້ແກ່ເຮົາ ແທ້ນ່າ
ນາຍຄູເຮົາເກັ່ງກ້າ ກ້າວຜ່ານພາອຸປະສັກ
ອາດຫານທົງທຽມທົນ
ບອກສອນສະໜອງໃຫ້
ບໍເຄີຍໄລລ່າຖິ້ມ
ນັກຮຽນຜູ້ສືບທອດ
ບຸນຄຸນທ່ານມາກລົ້ນ
ເກີນຟ້າແຜ່ນດີນ
ສິບນິ້ວຍໍມືພະນົມໄຫວ້ ຍົກໃສ່ເກສາ
ນຳເອົາດວງບຸບຜາຫອມ ຢືນຍໍພະຄຸນເຈົ້າ
ຄູຄືດັ່ງສາຍນ້ຳ ນະທີ່ຫຼວງໄຫຼ່ລ່ອງ
ບຸນຄຸນຂອງທ່ານນີ້ ຈາລຶກໄວ້ໂລກບໍ່ລືມ
ແທ້ແລ້ວ
ຂໍອວຍພອນແກ່ເຈົ້າ
ຄູເກົ່າອາວຸໂສ
ກັບທັງຄູເຍົາໄວ
ໃສ່ໃຈສອນຊີ້
ຝູງໝູ່ໂລຄາໄຂ້
ໃຫ້ຫາຍນີ້ເຫີນຫາງ
ຊີວິດໃສ່ສະຫວ່າງເເຈ້ງ ຄືແກ້ວໜ່ວຍມະນີ ພຸ້ນເນີີ.
ບົດກອນ :”
ເມືອງລາວສວຍງາມຮັ່ງມີ “
ຟັງເນີ້ພວກພີ່ນ້ອງ ພໍ່ແມ່ລຸງຕາ
ຫຼານຊິວາຈາຍົກ ເລື່ອງລາວມາເວົ້າ
ພໍເປັນເລົ່າໆໃຫ້ ຈົດຈຳຄຳຄິດຮ່ຳ
ແລ້ວຈື່ງນຳອອກແຈ້ງ ສະແດງໃຫ້ໝູ່ຟັງ
ປະເທດລາວແມ່ນຕັ້ງ ຢູ່ແຫຼມໃຫຍ່ອິນດູຈີນ
ມີແຜນດິນດອນຜືນ ໃຫຍ່ຍາວກ້ວາງໄກ
ກ້ຳຝ່າຍທາງເໜືອພຸ້ນ ດິນຈີນກ້ວາງໃຫຍ່
ຕັ້ງຂະໜົ່ງເນັ່ງໄວ້ ຂວາງຂັ້ນເຂດແດນ
ທາງຝ່າຍແຄ້ວນ ແດນດ່ານບົວລະພາ
ມີປ່າດົງພູຜ່າ ຊໍ່ຊັນລຽນຊັ້ນ
ພູຫຼວງເປັນແດນໃຫ້ ລາວຫຽດນາມພີ່ນ້ອງ
ສາມັກຄີຢູ່ເລື້ອຍ ບໍ່ມີມື້ຈືດຈາງ
ທາງພາກໃຕ້ ຕິດຕໍ່ກຳປູຊາ
ປະເທດເພົາພົງສາ ເພື່ອນແພງພັນຊັ້ນ
ຜູກສຳພັນກັນ ທາງດ້ານການເມືອງບໍ່ມີຕ່າງ
ຢູ່ເປັນທາງທ່ຽງແທ້ ສະເໝີດ້າມດັ່ງລາວ
ທາງດ້ານດ້າວ
ກຳຝ່າຍປັດສີເມ
ຕາມບຸບເພເຄີຍຕິດ ປະເທດໄທຄຽງໃກ້
ຢູ່ຟາກໃນລຳນ້ຳ ນະທີ່ຂອງໄຫຼ່ຜ່ານ
ຕັ້ງຢູ່ຄົນລະດ້ານ ສອງເບື້ອງແບ່ງດິນແດນ
ເຂດນີ້ຍັງທຸກແຄ້ນ ແສນຍິ່ງອະວິໄສ
ປວງປະຊາຊົນຊາວໄທ ທຸກບໍ່ມີທາງຊິເວົ້າ
ອາເມຣິກາເຂົ້າ ມາຮາວີປົ້ນ
ສົນລະວົນບີບປີ້ ຕີຂ້າຂົ່ມເຫັງ
ມັນໜີບເຕັງພີ່ນ້ອງ ຝູງໝູ່ປະຊາຊົນ
ຍົວະໃຫ້ຄົນໄທລົບ ພຸ່ງກັນຟັນມ້າງ
ເອົາທະຫານມາສ້າງ ແປງເປັນຖານທັບໃຫຍ່
ຫວັງຊິເອົາໃຫ້ໄດ້ ໄປຂຶ້ນແກ່ມັນ
ພີ່ນ້ອງໄທຈື່ງປັ້ນ ເປັນໝູ່ສາມັກຄີ
ລຸກຂື້ນຕີເລວລົບ ປາບມັນມານຮ້າຍ
ພວກມັນຕາຍໄປຍ້ອນ ປະຊາກອນເກັ່ງກ້າ
ທະຫານມັນມອດມ້ຽນ ໄປແລ້ວອະເນກນອງ
ນ້ຳຂອງບ້ານຂ້ອຍ
(ບົດກາບກອນ)
ບ້ານຂອງຂ້ອຍ ງອຍຝັ່ງແຄມຂອງຍາມຫຼຽວມອງ ຕາມສອງຟາກຝັ່ງ
ນ້ຳໄຫຼ່ຫຼັ່ງ ຖັ່ງລົງຕາມແປວ
ໄປເປັນເລວ ເປັນຄື້ນເປັນລັ່ນ
ບາງບ່ອນປັ່ນ ເປັນຂັນເປັນເວີນ
ງາມເຫຼືອເກີນ ໃນຍາມໜ້າແລ້ງ
ນ້ຳບັກແຫ້ງ ມີຫາດຊາຍຂາວ
ວາງຕົວຍາວ ຕາມລຳແມ່ນ້ຳ
ແນມເບິ່ງກ້ຳ ຟາກຝ່າຍທາງເໜືອ
ເຫັນໝູ່ເຮືອ ຫາປາຂຶ້ນລ່ອງ
ມີບາງຜ່ອງ ຕຶກແຫໄຫຼມອງ
ປານ້ຳຂອງ ໃຫຍ່ແທ້ໃຫຍ່ວ່າ
ມີປາຫວານ ປາເພ້ຍປາພອນ
ຕາມເກາະດອນ ເລາະລຽບຕາມຝັ່ງ
ອຸດົມຮັ່ງ ພືດຜັກສວນຄົວ
ບໍ່ຕ້ອງກົວ ຢ້ານອຶດຢ້ານຢາກ
ມີຫຼາຍຫຼາກ ຜັກມີ່ສີ່ຊອມ
ມີຜັກຫອມ ຜັກແພວຜັກບົ່ວ
ມີໝາກຖົ່ວ ໝາກແຈງໝາກເຂືອ
ຫາບເອົາເມືອ ຈົນວ່າຫຼັງກົ່ງ
ຕາເວັນສ່ອງ ແດດອອນລົງແລງ
ມານັ່ງແຍງ ສາວລົງອາບນ້ຳ
ງາມເລີດລ້ຳ ລອຍລ່ອງນະທີ
ຄັກອີ່ຫຼີ່ ຜູ້ສາວຂຶ້ນໃໝ່
ໜ້າທີ່ອະນຸຊົນ
ພໍ່ຊິສອນສັ່ງເຈົ້າ ນ້ອຍໜຸ່ມກຸ່ມມານ ກ່ອນເນີ
ໃຫ້ຄ່ອຍທົນທານອົດ ໝັ່ນພຽນຢ່າຄ້ານ
ໝັ່ນໃນການບ້ານ
ທັງຮຽນທັງແຕ້ມອ່ານ
ວຽກຊິໜັກໜ່ວງລ້ຳ ກໍ່ໃສແຈ້ງເບີກບານ
ພວກເຈົ້າຍັງໜຸ່ມນ້ອຍ ອະນາຄົດຍັງຫຼາຍ
ພວກເຈົ້າເປັນຄວາມຫວັງ ໃຫ້ແກ່ຄົນທັງຄ້າຍ
ໃຜກໍ່ເພິ່ງແພງລ້ຳ ບໍ່ຊິງຊັງແໜ່ງໜ່າຍ
ຢາກໃຫ້ສຸກຍິ່ງລ້ຳ ແສນຊັ້ນຄ່ອຍສະບາຍ
ດັ່ງນັ້ນຕົວພວກເຈົ້າ ກໍ່ຕ້ອງແຕ່ງແປງໃຈ
ໃຫ້ຄ່ອຍເປັນໄປເໝືອນ ລະບຽບທີ່ວາງໄວ້
ລະບຽບວິໄນນັ້ນ ໃຫ້ຫຼານເອົາໃຈໃສ່
ປະຕິບັດໃຫ້ໄດ້ ຢ່າໜີລີ້ຫຼີກໄກ
ໃຫ້ພາກພຽນຮັກໃຄ່ ໝູ່ຄະນະທັງຫຼາຍ
ອະທິບາຍເປິກສາ ທຸກສິ່ງດີການຮ້າຍ
ໃຫ້ຮັກແພງກັນແທ້ ຢ່າແປປວນແໜ່ງໜ່າຍ
ຄະນະວອນວ່າແລ້ວ ຢ່າເສຍລ້ຳລວງກ່າຍ
ການຈັດຕັ້ງໃຫ້ ຄ່ອຍພາກພຽນນັບຖື
ໃຫ້ຄ່ອຍໄປປຸ້ນຖາມ ທຸກຄຳວັນຄືນມື້
ຄຳເຫັນຕົກລົງແລ້ວ ໃຫ້ຈົ່ງໃຈຈຳຈື່
ຄຳຄິດເຮັດແລະເວົ້າ ໃຫ້ມັນໄດ້ຄ້ອງຄື
ທຸກຄຳວັນຮຸ່ງມື້ ໃຫ້ຮັກຫໍ່ການງານ
ຊອບອອກແຮງງານຫຼາຍ ຊ່ວຍປະຊາຊົນຊາວບ້ານ
ຊ່ວຍຊູ່ທະຫານເຝົ້າ ຮັກສາແດນດິນດ່ານ
ຫາເພີ່ມພູນຊູ່ດ້ານ ໃຫ້ຈົນໄດ້ຊ່ຽວຊານ
ໃຫ້ເຈົ້າຮູ້ຈັກຮັກບ້ານ ສະຖານຖິ່ນດິນລາວ
ຢ່າໄດ້ມີໃຈຂົ່ມ ຄຽດຟຸນລັງລ້າວ
ຢ່າຮ່າວຈຳນົນນ້ອມ ຍອມໄປເປັນບ່າວ
ຄວາມທຸກມີໝຶ່ນຊັ້ນ ກໍຍອມໃຊ້ແຕ່ຊາດລາວ.
ໜ້າທີ່ຊາວໝຸ່ມ
ຊາວໜຸ່ມເປັນຊ້ຳເຊື້ອ ກຳລັງໃຫຍ່ສຳຄັນ
ມັນແມ່ນອະນາຄົດສຳຄັນ
ແກ່ນກຳລັງເມືອງບ້ານ
ທັງແມ່ນຊຸມຊົນຊັ້ນ ພະລັ້ນແຮງກ້າກັ່ນ
ເປັນຫົວຈັກຊຸກຍູ້ ໃຫ້ຄົນຕັ້ງແຕ່ງການ
ບໍ່ວ່າປະເທດບ້ານ ສະຖານຖິ່ນດິນໃດ
ກໍ່ຍອມມີຄົນຫານ ໜຸ່ມຄະນອງເນື່ອງລົ້ນ
ມັນແມ່ນຄົນພວມສ້າງ ແປງທາງຊີວິດໃໝ່
ຍາກເທົ່າໃດກໍ່ໄດ້ ປະສົງຊູ້ຊອກຊົນ
ຄາວເມື່ອຍັງໜຸ່ມນ້ອຍ ສະແຫວ່ງຮ່ຳຮຽນໜັງສື
ຍາກກໍພັນພຽນອົດ ຮ່ຳຮຽນຈົນແລ້ວ
ໝົດຊູ່ອັນຮຽນໄດ້ ຈົດຈຳຈົນວ່າຈື່
ບັດນີ້ນຳອອກໃຊ້ ໃຫ້ມັນໄດ້ຊູ່ແນວ
ຄາວນີ້ຊາວໜຸ່ມໄດ້ ຄືນມາຢູ່ໃນປາງ
ມາເຮັດການແປງປຸກ ກົ່ນນາຕາກ້າ
ຄວນທີ່ພາຕົວຕັ້ງ ປຸ່ນເປັນຕົວຢ່າງ
ຊີ້ຊ່ອງທາງບອກໃຫ້ ປະຊາເຊື້ອເພິ່ງພາ
ຊາວໝຸ່ມຄວນເກັ່ງກ້າ ການເພິ່ມພູນຜະລິດຜົນ
ການຮ່ຳຮຽນການເມືອງ ເສບຮຳລຳຟ້ອນ
ກັບທັງການຊົນສູ້ ສັດຕູທີ່ມາຈົ່ນ
ເຮັດໃຫ້ໄດ້ດັ່ງນັ້ນ ຈື່ງສົມວ່າອາຍຸຊົນ
ສົມວ່າເປັນຄົນລາວ ທີ່ສືບແທ່ນມູນເຊື້ອ
ເປັນກຳລັງຫຼວງສ້າງ ແປງເມືອງຂຸດຄົ້ນ
ເຮັດໃຫ້ລາວຍ່າງກ້າວ ຈະເລີນຂຶ້ນຍືດເຍື້ອ
ແຄນລາວບໍ່ລືມເຕົ້າ
ຟັງກ່ອນເນີ້
ຟັງກ່ອນ ເຊີນພີ່ນ້ອງຟັງກ່ອນ
ແມ່ນຟັງລຳໝູ່ ລຳຄູ່ລຳກອນ
ແມ່ນຟັງຕອນປິດສະໜາ ແລະ
ຟັງຕອບບັນຫາ
ມື້ວານນີ້ມີອາຈານໜຶ່ງ ເພິ່ນຍ່າງມາຕາມທາງ
ພໍດີມີຄົນຖາມ ຄົນສຸພາບດີງາມ
ຖາມວ່າມາແຕ່ໃສ່ ເພິ່ນກໍ່ຕອບໂດຍໄວວາມາທາງຫຼັງ
ຜູ້້ຖາມຫຼັບຕາຊັງ ແລ້ວກໍ່ຖາມຕໍ່ໄປ
ຖາມດ້ວຍຄວາມຈິງໃຈ ວ່າຈະໄປທາງໃດ
ເພິ່ນກໍ່ຕອບຈິງໃຈ
ວ່າຈະໄປທາງໜ້າ
ທາງຜູ້ຖາມທຳທ່າ ໜ້າໃຄ່ອຸກໃຈ
ແລ້ວກໍ່ຖາມຕໍ່ໄປ ດ້ວຍສຽງອັນດັງ
ວ່າຈະໄປສັງ ແມ່ນຈະໄປສັງ
ເພິ່ນກໍ່ຕອບຢ່າງມີພະລັງ ດ້ວຍສຽງອັນດັງວ່າ:ເຈົ້າ,ເຈົ້າ,ເຈົ້າ,ເຈົ້າ
ແມ່ນແທ້ແມ່ນວ່າ ໄປສັງແທ້ໄປສັງວ່າ
ແມ່ນສັງທຳມະດາ ໄປສັງຍ່າງສອງຂາເອົາຕາໄປກ່ອນ
ໄປສັງບ່ອນເໝາະສົມຄືສັງຄົມນິຍົມ ປະຕິວັດສາມປະການ
ສັ່ງໄລ່ຂ້າມຜ່ານ ທະຍານກ້າ
ທະຍານກ້າວ
ໂອ້ຍເນາະພໍແຕ່ເປີດຜ້າມານກັ້ງ ແຈ້ງສະຫວ່າງໃນຕາ
ຍ້ອນມີພັກນຳພາ,ຍ້ອນມີການສືກສາ ຮ່ຳຮຽນດີແລ້ວ
ຈື່ງມີແສງຕາແກ້ວ ແວວໄວໃສສ່ອງ
ມອງເຫັນທົ່ວທຸກດ້ານ ເມືອງບ້ານຕ່າງຫຼັ່ງ
ຈື່ງເປີດຜ້າມ່ານກັ້ງ ແຈ້ງສະຫວ່າງໂລກາ
ວັນທີ 2 ທັນວາ ໄດ້ຕ່າວມາເຖິງແລ້ວ
ຈື່ງເຫັນສີແສງແກ້ວ ພະຈັນເພັງຂາວຜ່ອງ
ເມກບໍ່ມາບັງຕາຟ້າກໍ່ໃສສ່ອງແຈ້ງ ດາວລ້ອມກ່ອນພະຈັນ.
ไม่มีความคิดเห็น:
แสดงความคิดเห็น